ການຖອດຂໍ້ຄວາມດ່ວນ

269 ພັນ ຄຳຕິຊົມ
ປະເພດເນື້ອຫາ
ທຸກຄົນ
1 ຕື້+
ດາວໂຫຼດ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ

ກ່ຽວກັບແອັບນີ້

ການຖອດຂໍ້ຄວາມດ່ວນ ແລະ ການແຈ້ງເຕືອນສຽງຈະຊ່ວຍໃຫ້ຄົນຫູໜວກ ແລະ ຜູ້ມີບັນຫາໃນການໄດ້ຍິນເຂົ້າໃຈບົດສົນທະນາໃນຊີວິດປະຈຳວັນ ແລະ ສຽງອ້ອມຕົວໄດ້ດີຂຶ້ນ, ພຽງແຕ່ໃຊ້ໂທລະສັບ Android ຂອງທ່ານເທົ່ານັ້ນ.

ຢູ່ອຸປະກອນສ່ວນໃຫຍ່, ທ່ານສາມາດເປີດການຖອດຂໍ້ຄວາມດ່ວນ ແລະ ການແຈ້ງເຕືອນສຽງໄດ້ໂດຍປະຕິບັດຕາມຂັ້ນຕອນເຫຼົ່ານີ້:
1. ເປີດແອັບການຕັ້ງຄ່າຂອງອຸປະກອນຂອງທ່ານ
2. ແຕະ ການຊ່ວຍເຂົ້າເຖິງ
3. ໂດຍຂຶ້ນຢູ່ກັບຄຸນສົມບັດທີ່ທ່ານຕ້ອງການໃຊ້, ໃຫ້ແຕະ ການຖອດຂໍ້ຄວາມດ່ວນ ຫຼື ການແຈ້ງເຕືອນສຽງ

ທ່ານຍັງສາມາດໃຊ້ປຸ່ມການຊ່ວຍເຂົ້າເຖິງ, ທ່າທາງ ຫຼື ການຕັ້ງຄ່າດ່ວນເພື່ອເລີ່ມຕົ້ນການຖອດຂໍ້ຄວາມດ່ວນ ຫຼື ການແຈ້ງເຕືອນສຽງໄດ້ນຳ (https://g.co/a11y/shortcutsFAQ).

ການຖອດຖ່າຍຂໍ້ຄວາມແບບສົດໆ
• ສ່ວນຕິດຕໍ່ການສົນທະນາທີ່ອອກແບບໃໝ່ຊ່ວຍໃຫ້ການສື່ສານໂຕ້ຕອບກັນເປັນໄປຢ່າງລ່ຽນໄຫຼ ແລະ ງ່າຍຂຶ້ນ.
• ຮັບການຖອດຖ່າຍຂໍ້ຄວາມແບບສົດໆໃນຫຼາຍກວ່າ 80 ພາສາ ແລະ ພາສາທ້ອງຖິ່ນ. ເພີ່ມຄຳທີ່ກຳນົດເອງເຊິ່ງທ່ານໃຊ້ເລື້ອຍໆ ເຊັ່ນ: ຊື່ ຫຼື ສິ່ງຂອງໃນຄົວເຮືອນ.
• ຕັ້ງຄ່າໃຫ້ໂທລະສັບຂອງທ່ານສັ່ນເມື່ອມີຄົນເວົ້າຊື່ທ່ານ.
• ພິມຄຳຕອບໃນການສົນທະນາຂອງທ່ານ.
• ໃຊ້ໄມໂຄຣໂຟນພາຍນອກທີ່ຢູ່ໃນຊຸດຫູຟັງແບບມີສາຍ, ຊຸດຫູຟັງ Bluetooth ແລະ ໄມ USB ເພື່ອໃຫ້ຮັບສຽງໄດ້ດີຍິ່ງຂຶ້ນ.
• ຢູ່ໂທລະສັບພັບໄດ້, ໃຫ້ສະແດງການຖອດຖ່າຍຂໍ້ຄວາມ ແລະ ຄຳຕອບທີ່ພິມຢູ່ໜ້າຈໍທາງນອກ ເພື່ອໃຫ້ສື່ສານກັບຜູ້ອື່ນໄດ້ງ່າຍຂຶ້ນ.
• ເລືອກບັນທຶກການຖອດຖ່າຍຂໍ້ຄວາມໄວ້ເປັນເວລາ 3 ມື້. ການຖອດຖ່າຍຂໍ້ຄວາມທີ່ບັນທຶກໄວ້ຈະຢູ່ໃນອຸປະກອນຂອງທ່ານເປັນເວລາ 3 ມື້ ເພື່ອໃຫ້ທ່ານສາມາດສຳເນົາ ແລະ ນຳໄປວາງໃສ່ບ່ອນອື່ນໄດ້. ໂດຍຄ່າເລີ່ມຕົ້ນ, ລະບົບຈະບໍ່ບັນທຶກການຖອດຖ່າຍຂໍ້ຄວາມ.

ການແຈ້ງເຕືອນສຽງ
• ຮັບການແຈ້ງເຕືອນກ່ຽວກັບສຽງທີ່ສຳຄັນອ້ອມຕົວທ່ານ ເຊັ່ນ: ເມື່ອສັນຍານເຕືອນຄວັນໄຟດັງຂຶ້ນ ຫຼື ແອນ້ອຍຮ້ອງໄຫ້.
• ເພີ່ມສຽງທີ່ກຳນົດເອງເພື່ອຮັບການແຈ້ງເຕືອນເມື່ອເຄື່ອງໃຊ້ໄຟຟ້າຂອງທ່ານມີສຽງດັງ.
• ກວດສອບສຽງທີ່ດັງໃນໄລຍະ 12 ຊົ່ວໂມງທີ່ຜ່ານມາເພື່ອເບິ່ງສິ່ງທີ່ເກີດຂຶ້ນອ້ອມຕົວທ່ານ.

ຂໍ້ກຳນົດ:
• Android 12 ຂຶ້ນໄປ

ການຖອດຂໍ້ຄວາມດ່ວນ ແລະ ການແຈ້ງເຕືອນສຽງສ້າງຂຶ້ນຈາກການເຮັດວຽກຮ່ວມກັບ Gallaudet University, ເຊິ່ງເປັນມະຫາວິທະຍາໄລຊັ້ນນຳໃນສະຫະລັດອາເມລິກາສຳລັບຄົນຫູໜວກ ແລະ ຜູ້ມີບັນຫາໃນການໄດ້ຍິນ.

ຄວາມຊ່ວຍເຫຼືອ ແລະ ຄຳຕິຊົມ
• ເພື່ອສະແດງຄຳຕິຊົມ ແລະ ຮັບຂໍ້ມູນອັບເດດກ່ຽວກັບຜະລິດຕະພັນ, ກະລຸນາເຂົ້າຮ່ວມ Google Group ສຳລັບຜູ້ພິການຢູ່ https://g.co/a11y/forum
• ສຳລັບຄວາມຊ່ວຍເຫຼືອໃນການນຳໃຊ້ການຖອດຂໍ້ຄວາມດ່ວນ ແລະ ການແຈ້ງເຕືອນສຽງ, ກະລຸນາຕິດຕໍ່ພວກເຮົາຢູ່ https://g.co/disabilitysupport

ປະກາດກ່ຽວກັບການອະນຸຍາດ
ໄມໂຄຣໂຟນ: ການຖອດຂໍ້ຄວາມດ່ວນ ແລະ ການແຈ້ງເຕືອນສຽງຕ້ອງການສິດເຂົ້າເຖິງໄມໂຄຣໂຟນເພື່ອຖອດຂໍ້ຄວາມຈາກສຽງຄຳເວົ້າ ແລະ ສຽງອ້ອມຮອບຕົວທ່ານ. ລະບົບຈະບໍ່ຈັດເກັບສຽງໄວ້ຫຼັງຈາກປະມວນຜົນການຖອດຖ່າຍຂໍ້ຄວາມ ຫຼື ສຽງທີ່ຈຳແນກໄດ້ສຳເລັດແລ້ວ.
ການແຈ້ງເຕືອນ: ຄຸນສົມບັດການແຈ້ງເຕືອນສຽງຕ້ອງເຂົ້າເຖິງການແຈ້ງເຕືອນເພື່ອແຈ້ງໃຫ້ທ່ານຮູ້ກ່ຽວກັບສຽງ.
ອຸປະກອນທີ່ຢູ່ໃກ້ຄຽງ: ການຖອດຂໍ້ຄວາມດ່ວນຕ້ອງການສິດເຂົ້າເຖິງອຸປະກອນທີ່ຢູ່ໃກ້ຄຽງເພື່ອເຊື່ອມຕໍ່ກັບໄມໂຄຣໂຟນ Bluetooth ຂອງທ່ານ.
ບໍລິການຊ່ວຍເຂົ້າເຖິງ: ການແຈ້ງເຕືອນສຽງໃຊ້ API ຂອງບໍລິການຊ່ວຍເຂົ້າເຖິງເພື່ອເອີ້ນໃຊ້ບໍລິການກວດຫາສຽງໃນພື້ນຫຼັງ ແລະ ເປີດການນຳໃຊ້ການເຂົ້າເຖິງດ່ວນຜ່ານປຸ່ມການຊ່ວຍເຂົ້າເຖິງ ຫຼື ທ່າທາງການຊ່ວຍເຂົ້າເຖິງຂອງອຸປະກອນຂອງທ່ານ. ລະບົບບໍ່ໄດ້ໃຊ້ API ນີ້ເພື່ອອ່ານ, ຮວບຮວມ ຫຼື ຈັດເກັບເນື້ອຫາຢູ່ໜ້າຈໍ ຫຼື ຂໍ້ມູນສ່ວນຕົວ.
ການຖອດຂໍ້ຄວາມແບບສົດໆຂອງການສົນທະນາ ແລະ ການແຈ້ງເຕືອນເຫດການສຽງຂອງທ່ານ
ອັບເດດແລ້ວເມື່ອ
17 ສ.ຫ. 2026

ຄວາມປອດໄພຂອງຂໍ້ມູນ

ຄວາມປອດໄພເລີ່ມດ້ວຍການເຂົ້າໃຈວ່ານັກພັດທະນາເກັບກຳ ແລະ ແບ່ງປັນຂໍ້ມູນຂອງທ່ານແນວໃດ. ວິທີປະຕິບັດກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນອາດຈະແຕກຕ່າງກັນອີງຕາມການນຳໃຊ້, ພາກພື້ນ ແລະ ອາຍຸຂອງທ່ານ. ນັກພັດທະນາໃຫ້ຂໍ້ມູນນີ້ ແລະ ອາດຈະອັບເດດມັນເມື່ອເວລາຜ່ານໄປ.
  • ບໍ່ໄດ້ໄດ້ແບ່ງປັນຂໍ້ມູນກັບພາກສ່ວນທີສາມ
    ສຶກສາເພີ່ມເຕີມ ກ່ຽວກັບວ່ານັກພັດທະນາປະກາດການແບ່ງປັນຂໍ້ມູນແນວໃດ
  • ແອັບນີ້ອາດຈະເກັບກຳປະເພດຂໍ້ມູນເຫຼົ່ານີ້
    ຂໍ້ມູນສ່ວນຕົວ, ສຽງ ແລະ ອີກ 3 ລາຍການ
  • ລະບົບຈະເຂົ້າລະຫັດຂໍ້ມູນໃນຂະນະສົ່ງ
  • ລຶບຂໍ້ມູນບໍ່ໄດ້

ການຈັດອັນດັບ ແລະ ຄຳຕິຊົມ

263 ພັນ ຄຳຕິຊົມ
Khamsing Souksida
3 ກັນຍາ 2025
ດີຫຼາຍ
7 ຄົນພົບວ່າຄຳຕິຊົມນີ້ເປັນປະໂຫຍດ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ?
MR AO THITPHAVONG
18 ມິຖຸນາ 2024
ດີ
12 ຄົນພົບວ່າຄຳຕິຊົມນີ້ເປັນປະໂຫຍດ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ?
ມົດ ຂ້າມແດນ
21 ມີນາ 2022
ດີຫລາຍ
16 ຄົນພົບວ່າຄຳຕິຊົມນີ້ເປັນປະໂຫຍດ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ?

ມີຫຍັງໃໝ່

• ສ່ວນຕິດຕໍ່ການສົນທະນາທີ່ອອກແບບໃໝ່ຊ່ວຍໃຫ້ການສື່ສານແບບໄປມາເປັນໄປໄດ້ຢ່າງລ່ຽນໄຫຼ ແລະ ງ່າຍຂຶ້ນ.