ໂໝດການອ່ານເຊິ່ງອອກແບບຮ່ວມກັບ ແລະ ເພື່ອຜູ້ທີ່ມີບັນຫາທາງສາຍຕາ, ພິການຕາ ແລະ ຄວາມບົກຜ່ອງໃນການອ່ານນີ້ຈະຊ່ວຍປັບປຸງປະສົບການໃນການອ່ານໜ້າຈໍຂອງທ່ານໃຫ້ດີຂຶ້ນໂດຍເນັ້ນຄອນທຣາສທີ່ປັບແຕ່ງໄດ້, ຂະໜາດຂໍ້ຄວາມ, ການປ່ຽນຂໍ້ຄວາມເປັນສຽງເວົ້າ, ການຈັດໜ້າໃຫ້ເບິ່ງບໍ່ຮົກ ແລະ ປະເພດຟອນ. ເມື່ອດາວໂຫຼດແລ້ວ, ແອັບຈະປະສານຮວມເຂົ້າກັບການຕັ້ງຄ່າດ່ວນຂອງທ່ານ ແລະ ສາມາດເຂົ້າເຖິງໄດ້ຢ່າງງ່າຍດາຍໃນແອັບ ແລະ ໜ້າເວັບຕ່າງໆ.
ຄຳແນະນຳ:
ເພື່ອເລີ່ມຕົ້ນນຳໃຊ້:
1. ດາວໂຫຼດ ແລະ ຕິດຕັ້ງໂໝດການອ່ານຜ່ານ Play Store
2. ຊອກຫາໂໝດການອ່ານຢູ່ໂຮມສະກຣີນຂອງທ່ານ ແລ້ວແຕະເພື່ອເປີດ
3. ອ່ານການສອນການນຳໃຊ້ ແລະ ລະບົບຈະປ່ຽນເສັ້ນທາງທ່ານໄປຫາການຕັ້ງຄ່າໃນຕອນທ້າຍ
4. ໃນການຕັ້ງຄ່າ, ໃຫ້ແຕະ “ໂໝດການອ່ານ” ແລະ ເປີດ “ທາງລັດໂໝດການອ່ານ” ເພື່ອອະນຸຍາດໃຫ້ໂໝດການອ່ານເຂົ້າເຖິງອຸປະກອນຂອງທ່ານ
5. ກະລຸນາເບິ່ງ https://support.google.com/accessibility/android/answer/7650693 ເພື່ອຕັ້ງຄ່າຈຸດເຂົ້າເຖິງອື່ນສຳລັບໂໝດການອ່ານ
ຄຸນສົມບັດຫຼັກ:
• ມຸມມອງການອ່ານແບບໂຟກັສ: ໂໝດການອ່ານມີສະພາບແວດລ້ອມການອ່ານທີ່ປັບແຕ່ງໄດ້ໂດຍເບິ່ງບໍ່ຮົກເພື່ອໃຫ້ເຂົ້າເຖິງເນື້ອຫາ ແລະ ໂຟກັສໄດ້ງ່າຍຂຶ້ນ
• ການປ່ຽນຂໍ້ຄວາມເປັນສຽງເວົ້າ: ໃຫ້ທ່ານຟັງການອ່ານອອກສຽງເນື້ອຫາຜົນງານຂຽນໄດ້ໂດຍການສຳຜັດປຸ່ມ. ໂດຍຈະມີສຽງຮູບແບບຍາວຄຸນນະພາບສູງໃຫ້ເລືອກ. ເຂົ້າເຖິງຕົວເລືອກການຄວບຄຸມສຽງເພື່ອເລື່ອນກັບຫຼັງ, ເລື່ອນໄປໜ້າ ແລະ ປ່ຽນຄວາມໄວໃນການອ່ານຢ່າງງ່າຍດາຍໄດ້ທຸກບ່ອນທຸກເວລາ
• ປັບແກ້ປະເພດ ແລະ ຂະໜາດຟອນ: ສະຫຼັບໄປມາລະຫວ່າງຂະໜາດຟອນ, ຮູບແບບ, ສີ ແລະ ໄລຍະຫ່າງລະຫວ່າງແຖວໄດ້ຢ່າງວ່ອງໄວເພື່ອປັບແຕ່ງໃຫ້ເໝາະກັບການອ່ານຂອງທ່ານຫຼາຍທີ່ສຸດ
• ການເຂົ້າເຖິງດ່ວນ: ເມື່ອດາວໂຫຼດແລ້ວ, ໂໝດການອ່ານຈະປະສານຮວມເຂົ້າກັບສ່ວນຕິດຕໍ່ຂອງໂທລະສັບເພື່ອໃຫ້ເຂົ້າເຖິງໄດ້ຢ່າງວ່ອງໄວ
• ຮອງຮັບຫຼາຍພາສາ: ໂໝດການອ່ານຮອງຮັບພາສາອັງກິດ, ຝຣັ່ງ, ອິຕາລີ ແລະ ສະເປນ ໂດຍຈະມີພາສາເພີ່ມເຕີມຕາມມາ
• ນຳໃຊ້ຮ່ວມກັບ Talkback ໄດ້: ໃຊ້ໂໝດການອ່ານໄດ້ຢ່າງງ່າຍດາຍໃນລະຫວ່າງທີ່ໃຊ້ໂປຣແກຣມອ່ານໜ້າຈໍຂອງທ່ານ.
• ອອກແບບໂດຍຄຳນຶງເຖິງຄວາມເປັນສ່ວນຕົວ: ບໍ່ມີການສົ່ງເນື້ອຫາອອກຈາກໂທລະສັບຂອງທ່ານເດັດຂາດ.
ເຂົ້າຮ່ວມກຸ່ມ https://groups.google.com/forum/#!forum/accessible ເພື່ອສະແດງຄຳຕິຊົມ ແລະ ຮັບຂໍ້ມູນອັບເດດກ່ຽວກັບຜະລິດຕະພັນ.
ຂໍ້ກຳນົດ:
• ພ້ອມໃຫ້ນຳໃຊ້ໃນໂທລະສັບທີ່ໃຊ້ Android 9 ຂຶ້ນໄປ
• ຕອນນີ້ໂໝດການອ່ານຮອງຮັບພາສາອັງກິດ, ຝຣັ່ງ, ອິຕາລີ ແລະ ສະເປນ
ປະກາດກ່ຽວກັບການອະນຸຍາດ:
• ບໍລິການຊ່ວຍເຂົ້າເຖິງ: ເນື່ອງຈາກແອັບນີ້ເປັນບໍລິການຊ່ວຍເຂົ້າເຖິງຈຶ່ງສາມາດສັງເກດຄຳສັ່ງ ແລະ ເນື້ອຫາໃນໜ້າຈໍຂອງທ່ານໄດ້.
ໂໝດການອ່ານຈະຊ່ວຍທ່ານເມື່ອພົບຂໍ້ຄວາມທີ່ອ່ານຍາກ.
ອັບເດດແລ້ວເມື່ອ
21 ກ.ຍ. 2026