ກ້ອງ Pixel

2,9
511 ພັນ ຄຳຕິຊົມ
1+
ດາວໂຫຼດ
ປະເພດເນື້ອຫາ
ທຸກຄົນ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ

ກ່ຽວກັບແອັບນີ້

ບໍ່ພາດທຸກຊ່ວງເວລາສຳຄັນດ້ວຍກ້ອງ Pixel! ຖ່າຍຮູບ ແລະ ວິດີໂອງາມໆໂດຍໃຊ້ຄຸນສົມບັດຕ່າງໆ ເຊັ່ນ: ໂໝດພອດເທຣດ, ໂໝດກາງຄືນ, ໂໝດທາມແລບ ແລະ ໂໝດການມົວແບບໜັງ.

ຖ່າຍຮູບອອກມາໄດ້ຢ່າງສວຍງາມ
• HDR+ ພ້ອມທັງການຄວບຄຸມຄ່າແສງ ແລະ ຄວາມສົມດຸນສີຂາວ - ຖ່າຍຮູບໄດ້ຢ່າງສວຍງາມດ້ວຍ HDR+, ໂດຍສະເພາະໃນສາກທີ່ມີແສງໜ້ອຍ ຫຼື ມີແສງຈາກທາງຫຼັງ.
• ໂໝດກາງຄືນ - ລືມແຟລດຂອງທ່ານໄປໄດ້ເລີຍ. ໂໝດກາງຄືນຈະສະແດງລາຍລະອຽດ ແລະ ສີຕ່າງໆທີ່ເບິ່ງບໍ່ເຫັນໃນສະພາບແສງໜ້ອຍ. ນອກຈາກນີ້, ທ່ານຍັງສາມາດຖ່າຍຮູບທາງຊ້າງເຜືອກໄດ້ດ້ວຍໂໝດການຖ່າຍຮູບດວງດາວ ແລະ ວັດຖຸໃນອະວະກາດ!
• Camera Coach - ຮັບຄຳແນະນຳ ແລະ ຄວາມຊ່ວຍເຫຼືອຈາກໂມເດວ Gemini ເພື່ອຖ່າຍຮູບໃຫ້ດີຍິ່ງຂຶ້ນ
• ຮູບທີ່ດີທີ່ສຸດອັດຕະໂນມັດ - ບໍ່ພາດທຸກຊ່ວງເວລາຂອງໝູ່ເພື່ອນ, ພຽງກົດປຸ່ມຊັດເຕີເທື່ອດຽວ
• Super Res Zoom - ຖ່າຍຮູບໄດ້ຄືຢູ່ໃນໄລຍະໃກ້ເຖິງແມ່ນວ່າຈະຢູ່ໄກ. ຄຸນສົມບັດ Super Res Zoom ຊ່ວຍໃຫ້ຊູມຮູບຂອງທ່ານໄດ້ຢ່າງຄົມຊັດຍິ່ງຂຶ້ນ.
• ຊູມລະດັບໂປຣ - ຊູມສູງສຸດ 100 ເທົ່າດ້ວຍໂມເດວການສ້າງຮູບຂັ້ນສູງ
• ເພີ່ມຂ້ອຍ - ໃຫ້ທຸກຄົນໃນກຸ່ມຢູ່ໃນຮູບຂອງທ່ານ, ຮວມທັງຄົນທີ່ເປັນຄົນຖ່າຍນຳ
• ເປີດຮັບແສງດົນ - ເພີ່ມການມົວແບບສ້າງສັນໃຫ້ກັບວັດຖຸທີ່ເຄື່ອນໄຫວໃນຮູບ
• Action Pan - ເພີ່ມການມົວແບບສ້າງສັນໃຫ້ກັບພື້ນຫຼັງໂດຍທີ່ຍັງຄົງໂຟກັສໃສ່ວັດຖຸຂອງທ່ານ
• ມາໂຄຣໂຟກັສ - ໃຫ້ສີສົດໃສ ແລະ ຄອນທຣາສທີ່ໂດດເດັ່ນເຖິງແມ່ນຈະເປັນວັດຖຸທີ່ນ້ອຍທີ່ສຸດ
• ການຄວບຄຸມແບບມືອາຊີບ - ປົດລັອກການຕັ້ງຄ່າກ້ອງຂັ້ນສູງ ເຊັ່ນ: ຄວາມໄວຊັດເຕີ, ISO ແລະ ອື່ນໆ

ວິດີໂອທີ່ສຸດຍອດໃນທຸກການຖ່າຍ
• Video Boost - ເພີ່ມຄວາມຄົມຊັດແບບສູງສຸດໃຫ້ວິດີໂອຜ່ານການປະມວນຜົນ AI ໃນຄລາວ
• ວິດີໂອໂໝດກາງຄືນ - ຫວນຄືນຊ່ວງເວລາອັນສົມບູນແບບນັ້ນ, ເຖິງແມ່ນວ່າຈະຢູ່ໃນບ່ອນມືດ
• ບັນທຶກວິດີໂອຄຸນນະພາບສູງທີ່ລ່ຽນໄຫຼ ແລະ ລາຍລະອຽດສະເໝືອນຈິງພ້ອມສຽງທີ່ຊັດເຈນ, ເຖິງແມ່ນວ່າຈະຢູ່ໃນສະຖານທີ່ທີ່ມີຄົນຫຼາຍ
• ການມົວແບບໜັງ - ສ້າງເອັບເຟັກໜັງໂດຍມົວພື້ນຫຼັງວັດຖຸຂອງທ່ານ
• ຊິເນແມຕິກແພນ - ເລື່ອນແພນກ້ອງໂທລະສັບຂອງທ່ານໄດ້ຊ້າລົງ
• ຖ່າຍວິດີໂອດ່ວນ - ຖ່າຍວິດີໂອແບບສະບາຍໆໄດ້ຢ່າງວ່ອງໄວພຽງກົດປຸ່ມຊັດເຕີຄ້າງໄວ້ໃນຂະນະທີ່ຢູ່ໃນໂໝດຮູບພາບເລີ່ມຕົ້ນ

ຂໍ້ກຳນົດ - ກ້ອງ Pixel ເວີຊັນຫຼ້າສຸດນຳໃຊ້ໄດ້ສະເພາະໃນອຸປະກອນ Pixel ທີ່ໃຊ້ Android 16 ຂຶ້ນໄປເທົ່ານັ້ນ. ກ້ອງ Pixel ເວີຊັນຫຼ້າສຸດສຳລັບ Wear OS ຈະໃຊ້ໄດ້ສະເພາະໃນອຸປະກອນ Wear OS 5.1 (ຂຶ້ນໄປ) ທີ່ເຊື່ອມຕໍ່ກັບໂທລະສັບ Pixel ເທົ່ານັ້ນ. ຄຸນສົມບັດບາງຢ່າງບໍ່ສາມາດນຳໃຊ້ໄດ້ໃນບາງອຸປະກອນ.
ອັບເດດແລ້ວເມື່ອ
3 ມ.ສ. 2026

ຄວາມປອດໄພຂອງຂໍ້ມູນ

ຄວາມປອດໄພເລີ່ມດ້ວຍການເຂົ້າໃຈວ່ານັກພັດທະນາເກັບກຳ ແລະ ແບ່ງປັນຂໍ້ມູນຂອງທ່ານແນວໃດ. ວິທີປະຕິບັດກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນອາດຈະແຕກຕ່າງກັນອີງຕາມການນຳໃຊ້, ພາກພື້ນ ແລະ ອາຍຸຂອງທ່ານ. ນັກພັດທະນາໃຫ້ຂໍ້ມູນນີ້ ແລະ ອາດຈະອັບເດດມັນເມື່ອເວລາຜ່ານໄປ.
ບໍ່ໄດ້ໄດ້ແບ່ງປັນຂໍ້ມູນກັບພາກສ່ວນທີສາມ
ສຶກສາເພີ່ມເຕີມ ກ່ຽວກັບວ່ານັກພັດທະນາປະກາດການແບ່ງປັນຂໍ້ມູນແນວໃດ
ບໍ່ໄດ້ເກັບກຳຂໍ້ມູນ
ສຶກສາເພີ່ມເຕີມ ກ່ຽວກັບວ່ານັກພັດທະນາປະກາດການເກັບກຳຂໍ້ມູນແນວໃດ

ການຈັດອັນດັບ ແລະ ຄຳຕິຊົມ

2,9
488 ພັນ ຄຳຕິຊົມ

ມີຫຍັງໃໝ່

Pixel 10:
• Camera Coach - ຮັບຄຳແນະນຳເພື່ອຖ່າຍຮູບໃຫ້ດີຍິ່ງຂຶ້ນ
• ຮູບທີ່ດີທີ່ສຸດອັດຕະໂນມັດ - ບໍ່ພາດທຸກຊ່ວງເວລາຂອງໝູ່ເພື່ອນ, ພຽງກົດປຸ່ມຊັດເຕີເທື່ອດຽວ

Pixel 10 Pro ແລະ Pro XL:
• ຊູມລະດັບໂປຣ - ຊູມສູງສຸດ 100 ເທົ່າ
• ຮູບພອດເທຣດຄວາມລະອຽດສູງ - ຖ່າຍຮູບພອດເທຣດໄດ້ສູງສຸດ 50 ລ້ານພິກເຊວ

Pixel 10 Pro Fold:
• ມຸມມອງທັນໃຈ - ກວດສອບຮູບຢູ່ຈໍສະແດງຜົນທາງໃນຂອງທ່ານ